ໃສ່ເບີທີ່ຕ້ອງການທຳນາຍ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ເປັນຄົນກວ້າງຂວາງ ໃຈໃຫຍ່ ມັກຊ່ວຍເຫຼືອຄົນອື່ນ ກ້າໄດ້ກ້າເສຍ ຮັກໝູ່ເພື່ອນ ມັກອອກແທນສະເໝີ ມັກເປັນທີ່ຮູ້ຈັກຢ່າງໄວວາ ມີພັກພວກຫຼາຍ ມີອິດທິພົນດີ ມີຄົນຄອຍຊ່ວຍເຫຼືອ ເປັນຄົນຈິງໃຈ ຮັກອິດສະຫຼະ ແລະ ມີຄວາມຄິດເປັນຂອງຕົນເອງ ເວົ້າຕົງໄປຕົງມາ ເຈົ້າລະບຽບ ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ຜູ້ໃຊ້ມີບຸກຄະລິກເປັນຜູ້ໃຫຍ່ ເວົ້າຈາມີເຫດຜົນ ຟັງເບິ່ງໜ້າເຊື່ອຖື ອັດທະຍາໄສດີຫຼາຍ ມີໝູ່ເພື່ອນຫຼາຍ ຊ່າງເວົ້າ ແລະ ຈໍາຄໍາເວົ້າຄົນອື່ນໄດ້ແມ້ນຍຳ ເປັນຕົວກາງໃນການຕິດຕໍ່
ການງານ
ຈະສົ່ງຜົນໃຫ້ ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ ບໍລິຫານເງິນກ້ອນໃຫຍ່ເກັ່ງ ເປັນນັກບໍລິຫານຄວາມສ່ຽງ ກ້າໄດ້ກ້າເສຍ ຈັດການກັບຄວາມສ່ຽງໄດ້ດີ ເງິນເຂົ້າດີຫຼາຍ ກະແສເງິນສະພັດ ມີເງິນໝູນຕະຫຼອດ ຊ່ວຍສົ່ງເສີມໃຫ້ເປັນເສດຖີ ສາມາດຂະຫຍາຍກິດຈະການໄດ້ຢ່າງກ້າວກະໂດດ ມີບໍລິວານຫຼາຍ ມັກຄິດພັດທະນາໂຄງການໃໝ່ໆສະເໝີ ມີຄົນຮູ້ຈັກນັບໜ້າຖືຕາຫຼາຍ ມັກຈະມີມຸມມອງໃໝ່ໆທີ່ບໍ່ເໝືອນຄົນອື່ນ ວິໄສທັດການເຮັດວຽກ ມອງການໄກ ສົນໃຈເລື່ອງເທັກໂນໂລຢີທັນສະໄໝ ຕິດຕາມຂ່າວສານຢູ່ສະເໝີ ຊະຕາຊີວິດສົດໃສ ການງານກ້າວໜ້າ ເຮັດສິ່ງໃດກໍຈະເລີນງອກງາມ ສະຫຼາດສະຫຼຽວຮອບຮູ້ ສະຕິປັນຍາດີ ສຸຂຸມຮອບຄອບ ຮຽນຮູ້ໄວ ຂະຫຍັນຫາຄວາມຮູ້ໃສ່ຕົນເອງເພີ່ມເຕີມຢູ່ສະເໝີ ສະຫຼາດມີໄຫວພິບດີເລີດ ມັກວາງແຜນ ຄິດບໍ່ຊໍ້າໃຜ ເຮັດວຽກເກັ່ງ ສາມາດຫຼາຍຊິ້ນພ້ອມໆກັນໄດ້ດີເພາະຫົວໄວ ຮຽນຮູ້ຫຍັງໄດ້ໄວ
ການເງິນ
ຈະສົ່ງຜົນໃຫ້ ຫາເງິນໄດ້ຈາກການເດີນທາງ ແລະ ການເຮັດທຸລະກິດນໍາເຂົ້າ-ສົ່ງອອກລະຫວ່າງປະເທດ ບໍລິຫານເງິນເກັ່ງ ກ້າໄດ້ກ້າເສຍ ຈັດການກັບຄວາມສ່ຽງໄດ້ດີ ເງິນດີຫຼາຍ ມີເງິນໝູນຕະຫຼອດ ໄດ້ເງິນເປັນກ້ອນ ໝູນເປັນກ້ອນໃຫຍ່ ມີຊັບສິນ ມີຄວາມໝັ້ນຄົງທາງການເງິນ ຊີວິດປະສົບຜົນສໍາເລັດຢ່າງໝັ້ນຄົງ ວາງແຜນບໍລິຫານຈັດການເລື່ອງການເງິນໄດ້ຢ່າງລົງຕົວ ມີປັນຍາແລະຄວາມສະຫຼາດໃນການຫາເງິນ ບໍ່ອຶດຕາຍ ຫາເງິນເກັ່ງ ບໍ່ຢຸດນິ້ງ ຊອບເຮັດວຽກ ເງິນຈະຫຼາຍ ເງິນມາຈາກວຽກທີ່ເຮັດ ແລະ ຄວາມຂະຫຍັນຂອງຕົນເອງ
ຄວາມຮັກ
ຈະສົ່ງຜົນໃຫ້ ມີສະເໜ່ໃນສາຍຕາຂອງຄົນຮັກ ໄດ້ຮັບຄວາມເມດຕາຈາກຜູ້ໃຫຍ່ຢູ່ເລື້ອຍໆ ຮັກແບບມີສະຕິ ຮັກແບບມີເຫດຜົນ ບໍ່ໃຊ້ອາລົມຢູ່ເໜືອເຫດຜົນ ດັບຄວາມເຈົ້າຊູ້ໄດ້ດີ ຜູ້ໃຫຍ່ເອັນດູ ຮຽນຮູ້ຄູ່ຮັກຕົນເອງໄດ້ໄວ ປັບຕົວເຂົ້າກັບຄົນຮັກງ່າຍ
ໂຊກລາບ
ຈະສົ່ງຜົນໃຫ້ ມີໂຊກລາບທາງການເງິນແບບຊຸດໃຫຍ່ ມີໂຊກລາບບໍ່ຄາດຄິດສະເໝີ ມີດວງກັບການສ່ຽງໂຊກທຸກຊະນິດ ຄາດການໄດ້ຢ່າງແມ່່ນຍໍາ ຈະໄດ້ຮັບໂຊກລາບເລື້ອຍໆ ມີໂຊກລາບແບບບໍ່ຄາດຄິດເຂົ້າມາສະເໝີ ບາງຄົນຄືມີເທບຄຸ້ມຄອງ ຖ້າປະຕິບັດທໍາຈະມີສະມາທິຊັ້ນສູງໄດ້ງ່າຍ ມີໂຊກຈາກການໃຊ້ປັນຍາ ແລະ ການສະໜັບສະໜູນ ມີໂຊກຈາກການເຈລະຈາ ແລະ ການສື່ສານ
ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກສະເໜ່ເຈົ້າຄວາມຄິດ ຜູ້ໃຊ້ເລກນີ້ມັກມີຄວາມຄິດສ້າງສັນ ຈິນຕະນາການດີ ໄອເດຍດີ ມີຜົນງານສ້າງສັນເປັນທີ່ຍອມຮັບດີຫຼາຍ ອອກແບບໄດ້ຢ່າງມີສະໄຕເປັນຂອງຕົນເອງ ມີສຸນທະລີຍະພາບແຕ່ງຕົວເກັ່ງ ມີຄວາມກະຕືລືລົ້ນ ມີສະເໜ່ ມີໄຫວພິບດີ ຮຽນຮູ້ໄວ ເຂົ້າໃຈໄວ ຖ້າຈິນຕະນາການຫຍັງກໍ່ເຫັນພາບໃນໃຈຊັດເຈນ ມີສໍານຶກທາງໃຈດີ ມີສັງຫອນແລ້ວເກີດຂຶ້ນຈິງ ເໝາະກັບວຽກນັກປະພັນ ນັກຂຽນ ນັກອອກແບບສິນຄ້າ ວຽກທີ່ກ່ຽວຂ້ອງກັບສິລະປະທຸກຂະແໜງ ນັກຮ້ອງ, ນັກສະແດງ, ຖ່າຍພາບ, ທຸລະກິດສາຍການບິນ, ປະຊາສໍາພັນ, ວຽກຕິດຕໍ່ຕ່າງປະເທດ ຕ່າງຊາດຕ່າງພາສາເປັນຕົ້ນ ຈາກສະຖິຕິຜູ້ໃຊ້ເລກນີ້ມັກສໍານຶກຫຍັງໄດ້ໄວ ສໍານຶກຫຍັງໄດ້ງ່າຍ, ມີເຊັ້ນສ໌, ໄວຕໍ່ຄວາມຮູ້ສຶກ, ຝັນແມ້ນ, ມີໂຊກລາບແປກໆເຂົ້າມາສະເໝີ, ເປັນຄົນອາລົມດີ, ຄິດບວກ
ຄວາມໝາຍຄູ່ເລກຊຸດທີ 2
ເປັນຄູ່ເລກນັກບໍລິຫານເງິນກ້ອນ ເປັນຄົນໃຈກວ້າງໃຈໃຫຍ່ ມີກິນມີໃຊ້ ຫາເງິນເກັ່ງ ບໍລິຫານເງິນກ້ອນເກັ່ງໃຈກວ້າງ ມີອໍານາດ ທະເຍີທະຍານ ມີບຸກຄະລິກໜ້າເກງຂາມ ໜ້ານັບຖື ຄົນຢໍາເກງ ມັກລຸຍສູ້ວຽກ ເຮັດວຽກທີ່ທ້າທາຍມີຄວາມສ່ຽງໄດ້ດີ ສາມາດພັດທະນາຕົນເອງສ້າງຝັນທີ່ເປັນຈິງໄດ້ ສາມາດບຸກເບີກ ຫຼື ເຮັດທຸລະກິດໃໝ່ໆໄດ້ດີ ມີຫົວຄິດນັກພັດທະນາ ໃຈໃຫຍ່ ໃຈເດັດ ໃຈກ້າ ເໝາະກັບອາຊີບທີ່ກ່ຽວຂ້ອງກັບເງິນຫຼາຍໆ ເຊັ່ນ: ປ່ອຍເງິນກູ້, ວຽກທີ່ມີຄວາມສ່ຽງທ້າທາຍ, ທຸລະກິດໃໝ່ໆ, ເຈົ້າຂອງກິດຈະການ, ເຈົ້າມືຫວຍ, ນັກຄ້າຮຸ້ນ, ນັກເກັງກໍາໄລ, ສິ່ງປະດິດ, ນະວັດຕະກໍາ, ວຽກສາຍສໍາພັນ, ວຽກລົງທຶນ ຫຼືການໝຸນເງິນຈໍານວນຫຼາຍໆ. ເລກຄູ່ນີ້ເໝາະກັບຄົນທີ່ມີຄວາມຄິດກວ້າງໄກ, ວຽກໃຫຍ່
ຄວາມໝາຍຄູ່ເລກຊຸດທີ 3
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 4
ຜູ້ໃຊ້ເລກນີ້ ຖະໜັດການຂາຍ ມີຄວາມອົດທົນ ມອງການໄກ ວິໄສທັດດີເລີດ ນັກວາງແຜນໄລຍະຍາວ ຄິດວິເຄາະເກັ່ງ ມີມຸມມອງແປກໃໝ່ໜ້າສົນໃຈ ໄອເດຍດີ ມັກສຶກສາເລື່ອງເທັກໂນໂລຢີ ຕິດຕາມຂ່າວສານທັນສະໄໝຕະຫຼອດ ພ້ອມທັງມັກເລື່ອງລາວບູຮານ ອາລະຍະທໍາບູຮາ, ໜັງສືບູຮານ ເຮັດການຄ້າຂຶ້ນກັບຂອງເກົ່າຂອງຂັງ ພະເຄື່ອງ ວັດຖຸບູຮານ ເຄື່ອງມືສອງ ສະໝຸນໄພ ອາຫານເສີມ ທີ່ດິນ ຈະໄດ້ໂຊກລາບແບບແປກໆເລື້ອຍໆ ເໝາະກັບຄອມພິວເຕີ ທຸລະກິດໄອທີ, ນັກວາງແຜນ, ທີ່ດິນ, ນາຍໜ້າອະສັງຫາລິມະຊັບ, ໂຮງງານອຸດສາຫະກໍາ, ນັກລົງທຶນໄລຍະຍາວ ນັກຄ້າວັດຖຸມຸງຄຸນ, ວັດຖຸບູຮານ, ນັກທຸລະກິດແຟຣນໄຊສ໌, ນັກທຸລະກິດເຄືອຂ່າຍ, ຟຣີແລນ, ຮັບຖົມດິນ, ຖົມທີ່, ຮັບຊື້ຂອງເກົ່າ, ອະສັງຫາ, ຮັບເໝົາກໍ່ສ້າງ, ຄ້າສົ່ງຈຳນວນຫຼາຍ
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກແຫ່ງຄວາມໂຊກດີ ດາວພະຫັດ ເລກ5 ດາວແຫ່ງຄວາມເປັນຄູ ຄວາມຮູ້ ສິນລະປະວິທະຍາການ ເມື່ອໂຄຈອນມາຢູ່ກັບດາວພະເກດ ເລກ9 ດາວສິ່ງສັກສິດ ດາວລຶກລັບ ດາວມະຫັດສະຈັນ ດາວປ່ຽນຮ້າຍກາຍເປັນດີ ແລະ ເຮັດໃຫ້ດີເພີ່ມທະວີຄູນ ເປັນຄົນມີຄວາມສະຫຼາດສະຫຼຽວ ທັນຄົນ ມີຈິດໃຈເຢືອກເຢັນ ມີສະຕິມີປັນຍາ ມີຄວາມກ້າວໜ້າໃນຊີວິດ ແລະ ການງານ ມີຄວາມສາມາດພິເສດ ຮູ້ສິ່ງໃດແລ້ວຮູ້ຈິງເຖິງແກ່ນແທ້ ຮູ້ເລິກຮູ້ຮອບ ເມື່ອໃຊ້ໄປເປັນເວລາຍາວນານ ມັກໄດ້ເປັນນັກປາດເມທີ ຜູ້ມີຄວາມຮູ້ ຄວາມສາມາດໃຫ້ຄວາມນັບຖື ຈິດໃຈໜັກນິ້ງ ໝັ້ນຄົງ ສຸຂຸມ ເຢືອກເຢັນ ຕັ້ງໝັ້ນ ແລະ ມີສະມາທິ ເປັນຜູ້ມີສໍານຶກລະອຽດອ່ອນ ມີເຊັ້ນສ໌, ມີລາງສັງຫອນແມ້ນຍໍາ ເປັນຄົນຈິດໃຈດີ ໂອບອ້ອມອາລີ ມີນໍ້າໃຈງົດງາມ ມີຄວາມຖະໜັດ ແລະ ສົນໃຈໃນເລື່ອງໂຫລາສາດ ປັດຊະຍາ ສາສະໜາ ພິທີກໍາ ແລະ ໃນມູມໜຶ່ງຂອງຊີວິດກໍເປັນຄົນຫົວກ້າວໜ້າ ທັນເທັກໂນໂລຢີ ນໍາສະໄໝ ມີເກນໄດ້ເດີນທາງໄກ ໄປຕ່າງປະເທດ ຫຼື ຄົບຄ້າສະມາຄົມກັບຕ່າງປະເທດ ຫຼື ໝູ່ເພື່ອນຕ່າງຖິ່ນຕ່າງທີ່ ເຂົ້າກັບຜູ້ອື່ນໄດ້ງ່າຍ ດ້ວຍຄວາມມີນໍ້າໃຈ ເປັນຜູ້ໃຫ້ ເປັນຜູ້ເສຍສະຫຼະ ມີແຕ່ຄົນຮັກ ມີແຕ່ຄົນຊື່ນຊົມນັບໜ້າຖືຕາ ເຂົ້າຫາຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ກໍເມດຕາອຸປະຖໍາຄໍ້າຊູເບິ່ງແຍງດີຫຼາຍ ເມື່ອເດີນທາງໄກມັກຈະມີໂຊກ ເດີນທາງໄກ ໄປຕ່າງທີ່ແລ້ວຈະໄດ້ດີ ມີໂຊກລາບລອຍມາແບບແປກໆ ພົບເຈີສິ່ງດີງາມມະຫັດສະຈັນໃນຊີວິດ ໄດ້ພົບເຈີຄູບາອາຈານທີ່ດີ ແລະ ເປັນຜູ້ທໍາບຸນແລ້ວເຫັນຜົນໄວທັນຕາ ວາດສະໜາດີ ດວງດີ ລວມເຖິງສຸກກາຍສຸຂະພາບໃຈດີແຂງແຮງອີກດ້ວຍ ໃຊ້ໄດ້ທຸກເພດທຸກໄວ ຄູ, ໝໍ, ແພດໝໍ ພະຍາບານ, ລາດຊະການໃຊ້ໄດ້ດີ ນັກຮຽນນັກສຶກສາຄວນໃຊ້ໃຫ້ຫຼຸດຄວາມຄຶກຄະນອງ ແລະ ມີເຫດຜົນໃນການໃຊ້ຊີວິດຫຼາຍຂຶ້ນ ໄຕ່ຕອງຫຼາຍຂຶ້ນ ພຣະ ຄູບາ ຫຼື ຜູ້ປະຕິບັດທໍາ ຄົນທໍາບຸນກໍຄວນໃຊ້ ແລະ ເໝາະສົມ ພໍ່ຄ້າ ແມ່ຄ້າ ນັກລົງທຶນກໍໃຊ້ໄດ້ດີຫຼາຍ ມີໂຊກເຮັງຕະຫຼອດ ພຽງແຕ່ຈັດຕໍາແໜ່ງໃຫ້ຖືກຕ້ອງ ທີ່ສໍາຄັນເໝາະກັບພໍ່ແມ່ຂອງເຮົາ ຄົນໄວກະສຽນໄວເຊົາເຮັດວຽກແລ້ວ ຫຼື ຜູ້ສູງອາຍຸ ເບີນີ້ກ່ຽວໃນເລື່ອງຂອງຄວາມໃຈເຢັນ ມີເຫດຜົນ ທີ່ສໍາຄັນຄືເຂົ້າວັດປະຕິບັດທໍາ ບໍ່ໂວຍວາຍດ່າລູກຫຼານ ໃຈເຢັນ ລວມເຖິງມີສຸຂະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນຄົນແກ່ປາກຈັດ ເບີນີ້ໂດຍພາບລວມແລ້ວຈຶ່ງເປັນເລກດີຫຼາຍ ມີພະລັງງານດ້ານໂຊກຫຼາຍ ຫຍັງດີໆ ເຮັງໆ ຈະເຂົ້າມາໃນຊີວິດຫຼາຍຂຶ້ນເລື້ອຍໆ ໃນໄລຍະທີ່ຍັງໃຊ້ເບີນີ້ເປັນປະຈໍາ ຊີວິດມີການກ້າວໜ້າພັດທະນາຕົນເອງຢູ່ສະເໝີ ມີປັນຍາລະອຽດເລິກເຊິ່ງ ເມື່ອສຶກສາສິ່ງໃດມັກລົງເລິກເຖິງແກ່ນແທ້ ທໍາບຸນເຫັນຜົນໄວທັນຕາ ສຸຂະພາບແຂງແຮງທັງກາຍ ແລະ ໃຈ ບັ້ນປາຍຊີວິດຈະສຶກສາທໍາສະແຫວງຫາຄວາມວິນເວກຫຼຸດພົ້ນສັດຈະທໍາຂອງຊີວິດ
ຄວາມໝາຍຄູ່ເລກຊຸດທີ 6
45/54 ເປັນຄູ່ເລກແຫ່ງສະຕິປັນຍາ ຜູ້ໃຊ້ຈະເປັນຄົນມີວິຊາຄວາມຮູ້ຫຼາຍ ເດັ່ນດ້ານວິຊາການ ມີເຫດມີຜົນ ສະແຫວງຫາຄວາມຮູ້ດ້ານຕ່າງໆຢູ່ສະເໝີ ມີຄວາມຮູ້ຄວາມສາມາດຫຼາຍ ມີວາຈາທີ່ເປັນເຫດຜົນ ໜ້າເຊື່ອຖື ມີມາດເບິ່ງເປັນຜູ້ໃຫຍ່ ມີຄວາມສຸຂຸມລຸ່ມເລິກ ມີຄວາມຮູ້ໜັກແໜ້ນ ຜູ້ໃຫຍ່ຮັກໄຄ່ເມດຕາ ນິຍົມຊົມຊອບ ມີຄວາມສາມາດໃນການແບ່ງປັນຄວາມຮູ້ ເວົ້າໃຫ້ຄວາມຮູ້ ເວົ້າແລ້ວໜ້າເຊື່ອຖື ມີເຊັ້ນສ໌ແມ່ນຍໍາ ມີຈິດກ້າແຂງ ສະມາທິດີ ມີຄວາມເຂົ້າໃຈໃນທາງສາສະໜາ ມີສະຕິປັນຍາ ເຮັດການຄ້າກໍດີ ເປັນນັກເວົ້າກໍເໝາະສົມ ເຮັດອາຊີບຫຍັງກໍໄດ້ ເພາະເປັນຄົນສະຫຼາດຫຼັກແຫຼມ ເປັນເລກດີເລກປັນຍາ ສະຫຼາດທຳມາຫາກິນ ແລະ ມີຄວາມຮູ້ໃນດ້ານວຽກທີ່ເຮັດ ສະຫຼາດທຳມາຫາກິນ ເຮັດການຄ້າດີ ມີສະຕິ ມີເຫດຜົນ ຄູ່ເລກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ຄູ່ເລກ 44 ສະຫຼາດໄຫວພິບດີ, ເຈລະຈາເກັ່ງ, ທັນສະໄໝ ຜູ້ໃຊ້ເລກນີ້ຈະເປັນຄົນມີຄວາມຮູ້ໄຫວພິບ ສະຕິປັນຍາດີຫຼາຍ ທັນສະຖານະການ ທັນເຫດການຂ່າວສານ ເປັນນັກວາງແຜນຊັ້ນຍອດ ສະຫຼາດຫຼັກແຫຼມ ສະຫຼາດຫຼາຍ ເຈົ້າແຫ່ງປັນຍາ ແຫຼມຄົມ ເປັນນັກເວົ້ານັກຄິດນັກເຈລະຈາ ເປັນນັກເວົ້າ ມີຄວາມທັນສະໄໝ ຄວາມຄິດດີ ມີໄອເດຍໃໝ່ໆ ກ້າຄິດກ້າເຮັດ ພັດທະນາຕົນເອງແລະສິ່ງຕ່າງໆໄດ້ດີ ໄດ້ມີໂອກາດພົບປະຜູ້ຄົນ ເດີນທາງ ເຂົ້າກັບຄົນອື່ນໄດ້ງ່າຍ ປັບຕົວໄວ ເຂົ້າສັງຄົມໄດ້ດີ ມີເພື່ອນຝູງຫຼາຍ ເປັນຄົນເກັ່ງ ສາມາດເຮັດວຽກຍາກໄດ້ ເຖິງແມ່ນບໍ່ຖະໜັດ ຫົວໄວ ເປັນເລກສຸດຍອດໃນເລື່ອງຫົວໄວໄຫວພິບ ເຈລະຈາຄ້າຂາຍ ຂໍ້ມູນຂ່າວສານ ປະຊາສໍາພັນ ເປັນເບີດີທີ່ໄດ້ໃຊ້ກັບອາຊີບທີ່ເໝາະສົມດີທີ່ສຸດ ເຊັ່ນ: ການເຮັດການຄ້າ ທີ່ຕ້ອງເຈລະຈາຄ້າຂາຍ ທີ່ຕ້ອງເວົ້າລົມ ວຽກກ່ຽວກັບເອກະສານ, ຄອມພິວເຕີ, ເທັກໂນໂລຢີ, ນັກຂ່າວ, ນັກປະຊາສໍາພັນ, ການຂາຍຂອງທຸກປະເພດ, ຫຼິ້ນຮຸ້ນ, ລົງທຶນ, ນັກການທູດ, ເຊວຂາຍ, ນັກບັນຊີ, ທະນາຍຄວາມ, ຄ້າຂາຍຂອງໄອທີກໍໄດ້ ເຮັດໄດ້ຫຼາຍຢ່າງເພາະເປັນເລກເກັ່ງ ແລະ ຄວາມສາມາດ
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.